Thursday, August 8, 2013

ປ່າ​ສະ​ຫງ່ວນ​ໃນ​ ສ ປ ປ ລາວ ​ໃນ​ປັດຈຸບັນ 2013

ປ່າ​ສະ​ຫງ່ວນ​ໃນ​ ສ ປ ປ ລາວ ​ໃນ​ປັດຈຸບັນ 2013
        ປະຈຸບັນ ສ.ປ.ປ ລາວ ມີປ່າສະຫງວນແຫ່ງຊາດເພີ່ມຂຶ້ນອີກ 2 ແຫ່ງ ເປັນ 24 ແຫ່ງ ກວມເນ້ືອທີ່ເກືອບ 4 ລ້ານເຮັກຕາ. ນອກຈາກນັ້ນ ຍັງມີປ່າສະຫງວນຂອງແຂວງ 66 ແຫ່ງ ແລະ ປ່າສະຫງວນຂອງເມືອງ 143 ແຫ່ງ. ຕາມຂໍ້ມູນໃນບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໄລຍະ 6 ເດືອນຕົ້ນສົກປີ 2012-2013 ໃຫ້ຮູ້ວ່າ: ລັດຖະບານໄດ້ຮັບຮອງເອົາປ່າສະຫງວນແຫ່ງຊາດຕື່ມອີກ 2 ແຫ່ງຄື: 
1.     ປ່າສະຫງວນ ພູຫີຜີ ແຂວງອຸດົມໄຊ, ເນື້ອທີ່ 87 ພັນກວ່າເຮັກຕາ
2.    ປ່າສະ ຫງວນລະວິງ-ລະເວີນ ແຂວງສະຫວັນນະເຂດ, ເນື້ອທີ່ 86 ພັນເຮັກຕາ.
        ມາຮອດປະຈຸບັນ ສ.ປ.ປ ລາວ ມີປ່າສະຫງວນແຫ່ງຊາດເພີ່ມຂຶ້ນເປັນ 24 ແຫ່ງ ເຮັດໃຫ້ເນື້ອທີ່ປ່າສະຫງວນແຫ່ງຊາດມີ ຫລາຍກວ່າ 3,8 ລ້ານເຮັກຕາ. ນອກນັ້ນຍັງມີປ່າສະຫງວນຂອງແຂວງຫລາຍກວ່າ 600.000 ເຮັກຕາ ແລະ ປ່າສະຫງວນຂອງເມືອງ 400.000 ກວ່າເຮັກຕາ, ລວມແລ້ວທົ່ວປະເທດ ມີເນື້ອທີ່ປ່າສະຫງວນຫລາຍກວ່າ 4,7 ລ້ານເຮັກຕາ. ພ້ອມນີ້ລັດຖະບານ ຍັງໄດ້ຮັບຮອງເອົາການສ້າງຕັ້ງປ່າປ້ອງກັນແຫ່ງຊາດ ຈຳນວນ 47 ແຫ່ງ ມີເນື້ອທີ່ປະມານ 7,2 ລ້ານເຮັກຕາ; ສຳເລັດການປັກຫລັກໝາຍເຂດແດນປ່າປ້ອງກັນ ແລະ ປ່າສະຫງວນ ໃນຈຸດລໍ້ແຫລມຂອບເຂດທົ່ວປະເທດ ໄດ້ ຈຳນວນ 679 ຫລັກ, ປັກຫລັກໝາຍ.
        ຂອບເຂດຟື້ນຟູປ່າໄດ້ 1.000 ກວ່າຫລັກ, ປັກປ້າຍບອກເຂດແດນປ່າປ້ອງກັນ ແລະ ປ່າສະຫງວນໄດ້ 492 ປ້າຍສຳເລັດການສ້າງແຜນຟື້ນຟູປ່າໄດ້ໃນເນື້ອທີ່ 300.000 ກວ່າເຮັກຕາ ເທົ່າກັບ 27% ຂອງແຜນການປີ.
ຂະນະທີ່ວຽກງານການແບ່ງຄວາມຮັບຜິດຊອບກ່ຽວກັບການຄຸ້ມຄອງຊັບພະຍາກອນປ່າໄມ້ລະຫວ່າງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກັບກະຊວງກະສິກຳ ແລະ ປ່າໄມ້ ແມ່ນສຳເລັດ ໂດຍພື້ນຖານ, ໃນນັ້ນ ວຽກງານການຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນ ແມ່ນຂຶ້ນກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສ່ວນວຽກງານປ່າປ້ອງກັນ ແມ່ນຍັງຂຶ້ນກັບ ກະຊວງກະສິກຳ ແລະ ປ່າໄມ້.
 
 

1 comment: