Thursday, August 8, 2013

ລະບົບສາລະສົນເທດພູູມີສາດ(ທິດສະດີ)

ບົດ​ທີ່ 2
I.     ອົງ​ປະກອບ​ສາລະ​ສົນ​ເທດ​ພູມີສາດ
ການຈັດຕັ້ງໜ່ວຍ​ງານ ຫຼື ຝ່າຍ​ທີ່​ຕ້ອງການ​ພັດທະນາ GIS ສ້າງ​ຖານ​ຂໍ້​ມູນ​ສະໜັບສະໜູນ​ການ​ວິ​ໃຈ​ໃນ​ດ້ານ​ຕ່າງໆ ຂອງ​ໜ່ວຍ​ງານ​ຈະ​ຕ້ອງ​ຄຳ​ນຶ່ງ​ເຖີ່​ງການ​ຕຽມ​ພື້ນຖານ​ຂອງ​ອົງ​ກອນ​ໃຫ້​ຄວບ​ຄຸມ​ເຖີ່​ງອົງປະກອບ​ຂອງ GIS ​ໂດຍ​ຫຼັກການ​ແລ້ວ​ຈະ​ປະກອບ​ດ້ວຍ 5 ສ່ວນ​ຄື: Hardware , software, ໜ່ວຍ​ງານ ຫຼື ບຸກຄົນ,ຂັ້ນຕອນ​ການ​ດຳ​ເນີນ​ງານ ​ແລະ ຂໍ້​ມູນ.
1.    ຮາດ​ແວ ( Hardware )
​    ແມ່ນ​ເຄືອງ​ມື ຫຼື ອຸປະກອນ​ທີ່​ເປັນ​ອົງ​ປະກອບ​ທີ່​ສະໜັບສະໜູນ​ຂະ​ບວນການ​ຈັດການ GIS ຂອງ​ໜ່ວຍ​ງານ​ໄດ້​ແກ່: ອຸປະກອນ​ທີ່​ກ່ຽວຂ້ອງ​ຕ່າງໆ ກັບ​ການ​ສ້າງ​ຖານ​ຂໍ້​ມູນ​ຈົນ​ເຖີ່​ງການຈັດ​ເກັບ​ຂໍ້​ມູນ​ເຊັ່ນ: ຕົວ​ເຄື່ອງ​ຄອມ​ພີ​ວ​ເຕີ, ຈໍ​ພາບ, GPS, Digitizer, ​ເຄື່ອງ​ວາດ​ພາບ ​ແລະ ​ເຄື່ຶອງພິມ.
2.   ຊອບ​ແວ( software )
      ຄື​ໂປຣ​ແກຣມ ຫຼື ຊຸດ​ຄຳ​ສັ່ງ​ທີ່​ສັ່ງ​ໃຫ້​ຄອມ​ພິວ​ເຕີ​ເຮັດ​ວຽກ​ຕາມ​ຮູບ​ແບບ​ສາລະ​ສົນ​ເທດ​ພູມີສາດ ​ເພື່ອ​ຈັດການ​ຂໍ້​ມູນ​ລະບົບ GIS ​ໃຫ້​ໄດ້​ຕາມ​ຈຸດປະສົງ​ທີ່​ຕ້ອງການ ​ເຊີ່ງ​ອາດ​ກ່ຽວຂ້ອງ​ກັບ​ໂປຣ​ແກຣມລະບົບ​ປະຕິບັດ​ການ ​ໂປຣ​ແກຣມລະບົບ​ສາລະ​ສົນ​ເທດ​ພູມີສາດ ​ແລະ ​ໂປຣ​​ແກຣມສະໜັບສະໜູນດ້ານ​ເອກະສານ ​ແລະ ຈັດການ​ຮູບ​ພາບ​ເຊັ່ນ: Windows xp , Windows vista, Microsoft word ,Exel, Power point,  Adobe photoshop, Auto CAD ​ແລະ ​ໂປຣ​ແກຣມສະ​ເພາະ​ດ້ານສາລະ​ສົນ​ເທດພູມີສາດ ​ເຊັ່ນ: Arc GIS, Are view , Map info, QGIS, Map Windows GIS ​ເປັນຕົ້ນ.
3.   ບຸກຄະລາ​ກອນ (People)
ຜູ້ທີ່​ມີໜ້າ​ທີ່​ຈັດການ​ໃຫ້​ອົງ​ປະກອບ​ທັງ 5 ສ່ວນ​ສາມາດ​ເຮັດ​ວຽກ​ປະສານ​ກັນ​ຈົນ​ໄດ້ຜົນ​ສຳ​​ເລັດ ກ່ຽວ​ກັບ​ລະບົບ​ສາລະ​ສົນ​ເທດ​ພູມີສາດ​ໃນ​ຮູບ​ແບບ​ຂອງ​ຂໍ້​ມູນ ​ແລະ ຜົນ​ຈາກ​ການ​ວິ​ເຄາະ​ຂໍ້​ມູນ ​ເພື່ອ​ຕອບ​ສະໜັບສະ​ໜູນ​ວຽກ​ທີ່​ຈຳ​ເປັນ​ໃນ​ໜ່ວຍ​ງານ.
4.   ຂັ້ນຕອນ​ການ​ດຳ​ເນີນ​ການ
ຄືຂັ້ນຕອນ​ການ​ເຮັດ​ວຽກ​ໃນ​ດ້ານ​ລະ​ບົບສາລະ​ສົນ​ເທດ​ພູມີສາດ​ກ່ຽວຂ້ອງ​ກັບ​ວິທີ​ໃນ​ການຈັດ​ຕຽມ​ຖານ​ຂໍ້​ມູນ ການ​ນຳ​ເຂົ້າສູ່​ລະບົບ​ຈັດ​ເກັບ​ບັນທຶກ​ຂໍ້​ມູນ ການສະ​ແດງ​ຜົນ​ແຜນ​ທີ່ ​ແລະ ການ​ວິ​ເຄາະ​ຂໍ້​ມູນ​ຂອງ​ແຕ່ລະ​ໜ່ວຍ​ງານ​ໃນ​ການ​ປະຕິ​ບັດ​ການ ສ່ວນ​ລະບົບ​ສາລະ​ພູມີສາດ ​ເຊີ່ງ​ຜູ້​ໃຊ້​ຈະ​ເປັນ​ຜູ້​ກຳນົດ​ໃຫ້​ເຄື່ອງ​ຄອມ​ພີ​ວ​ເຕີ ຮ່ວມ​ກັບ​ໂປຣ​ແກຣມລະບົບ​ສາລະ​ສົນ​ເທດ​ພູມີສາດ​ໃນ​ການ​ຈັດການ​ຂໍ້​ມູນ ​ເພື່ອ​ຕອບ​ສະໜອງ​ຈຸດປະ​ສົງ​ຂອງ​ການ​ເຮັດ​ວຽກ​ໃນ​ໜ່ວຍ​ງານ​ນັ້ນ.

5.   ຂໍ້​ມູນ (Data)
ຄື​ຂໍ້​ເທ​ດຈິງ​ທີ່​ເກີດ​ຂື້ນ​ທີ່​ໄດ້​ຈາກ​ແຫຼ່ງຂໍ້​ມູນ​ພູມີສາດ​ທີ່​ກ່ຽວຂ້ອງ ຫຼື ​ເຊື່ອມ​ໂຍງ​ກັບ​ລະບົບ​ສາລະ​ສົນ​ເທດ​ພູມີສາດ ທັງ​ໃນ​ຮູບ​ແບ​ແຜນ​ທີ່ ​ແລະ ຂໍ້​ມູນ​ສະຖິຕິ​ທີ່​ກ່ຽວຂ້ອງ​ແລ້ວ​ນຳ​ມາ​ຈັດ​​ເປັນ​ລະບົບ ​ເພື່ອ​ປ້ອນ​ເຂົ້າສູ່​ລະບົບ​ຄອມ​ພີ​ວ​ເຕີ​ໃຫ້​ທຳ​ການ​ປະມວນ​ຜົນ​ອອກ​ມາ​ເຊັ່ນ: ຊື່, ນາມສະກຸນ, ຜູ້​ອອກ​ແບບ​ສອບ​ຖາມ​ຂໍ້​ມູນ​ທາງ​ເສດຖະກິດ​-ສັງຄົມ, ວິຖີຊີວິດ​ຄວາມ​ເປັນ​ຢູ່ ຫຼື ​ເທັກ​ໂນ​ໂລ​ຊີ​ຊາວບ້ານ, ພູ​ມປັນຍາຊາວບ້ານ ​ແລະ ຕຳ​ແໜງ​ພິກັດ​ພູມີສາດ​ຂອງ​ຂໍ້​ມູນ ຫຼື ແຫຼ່ງສຳ​ຫຼວດ ຫຼື ສຳ​ພາດ.
II.        ໂປຣ​ແກຣມທາງ​ດ້ານ​ລະບົບ​ສາລະ​ສົນ​ເທດ​ພູມີສາດ
 ​ໂປຣ​ແກຣມ ຫຼື ຊອບ​ແວ​ໃນ​ລະບົບ​ສາລະ​ສົນ​ເທດ​ພູມີສາດ​ປະກອບ​ດ້ວຍ 5 ປະການທີ່​ສຳຄັນ ​ເພື່ອ​ໃຊ້​ວຽກ​ງານ​ໃນ​ລະບົບ​ຢ່າງ​ສົມບູນຄື:
1)      ການ​ເຂົ້າຂໍ້​ມູນ ​ແລະ ການກວດ​ສອບ​ຂໍ້​ມູນ
2)     ການ​ຈັດ​ເກັບ​ຂໍ້​ມູນ ​ແລະ ການຈັດ​ເກັບ​ຖານ​ຂໍ້​ມູນ
3)     ການ​ຄຳນວນ ​ແລະ ການ​ວິ​ເຄາະ​ຂໍ້​ມູນ
4)     ການ​ລາຍ​ງານ​ຂໍ້​ມູນ
5)     ການ​ສຳພັນ​ກັບ​ຜູ້​ໃຊ້
    III.        ໂປຣ​ແກຣມລະບົບ​ສາລະ​ສົນ​ເທ​ດພູມີສາດ
ປະກອບ​ມີ 2 ປະ​ເພດ​ຄື:
a.        ​ໂປຣ​ແກຣມລະບົບ​ສາລະ​ສົນ​ເທດພູມີສາດ ​ແບບ​ລິ​ຂະ​ສິດ​ຂອງ​ລິ​ຂະ​ສິດ​ຂອງ​ບໍລິສັດມີ:ຊື່​ຊອບ​ແວ Arc GIS ​ໃນ​ລະດັບ Arc view, Arc Editor, Arc info, ຊື່​ຊອບ​ແວ Map info Professional, Intergraph, IDRISI , Cadaorp SIS 7.0
b.        ​ໂປຣ​ແກຣມສາລະ​ສົນ​ເທດ​ພູມີສາດ​ແບບ​ລະ​ຫັກເປີດມີ: GvGIS 1.9, GRASS GIS, SAGA GIS – System for Automated Geoscientific Analyses, Quantum GIS, IL WIS 3.6.01, uDig , JUMP GIS
v   ບຸກຄະ​ລະ​ກອນ​ດ້ານ​ພູມີສາດ​ສາລະ​ສົນ​ເທດ​ຄວນ​ປະກອບ​ດ້ວຍ​ບຸກຄົນ​ຕ່າງໆ​ດັ່ງ​ນີ້:
-       ຜູ້​ຈັດການ ຫຼື ຫົວໜ້າ ຫຼື ຜູ້ອຳ​ນວນ​ການ
-       ນັກວິ​ເຄາະ​ລະບົບ​ສາລະ​ສົນ​ເທ​ດພູມີສາດ
-       ຜູ້​ຈັດການຖານ​ຂໍ້​ມູນ
-       ຜູ້​ສ້າງ​ແຜນ​ທີ່
-       ຜູ້​ປ້ອນ​ຂໍ້​ມູນ
-       ຜູ້​ບຳລູງຮັກສາ
-       ​ໂປຣ​ແກຣມ​ເມີ
-       ຜູ້​ໃຊ້
v  ຂໍ້​ມູນ( Data )
-       ຂໍ້​ມູນ​ດ້ານພື້ນ​ທີ່​ (spatial data) ປະກອບ​ມີ: ຈຸດ (poit), ​ເສັ້ນ(Line) ​ແລະ ພື້ນ​ທີ່(polygon)
-       ຂໍ້​ມູນ​ດ້ານ​ຄຸນ​ລັກສະນະ ( Attribute data) ​ມີ:
ü  ຄຸນນະພາ​ບ: ບອກ​ຊື່...
ü  ປະລິມານ​ແມ່ນ​ສິ່ງ​ທີ່​ເປັນ​ຕົວ​ເລກ​ເຊັ່ນ: ສູງ​ຈັກ​ແມັດ​, ຍາວ​ຈັກ​ແມັດ...
v  ຂັ້ນຕອນ​ການ​ດຳ​ເນີນ​ງານມີ 3 ຂັ້ນຕອນ: ການ​ນຳ​ເຂົ້າ (Input)ມີ​ຂໍ້​ມູນ​ຊຶ່ງພື້ນ​ທີ່ ​ແລະ ຂໍ້​ມູນ​ຊຶ່ງລັກສະນະ​ , ການ​ປະມວນ​ຜົນ​ຂໍ້​ມູນ (process) ​ແລະ ການສະ​ແດງ​ຜົນ (output)





ບົດ​ທີ່ ​3
ລັກສະນະ​ຂໍ້​ມູນ​ໃນ​ລະບົບ​ສາລະ​ສົນ​ເທດ​ພູມີສາດ
I.          ປະ​ເພດ​ຂໍ້​ມູນ​ໃນ​ລະບົບ​ສາລະ​ສົນ​ເທດ​ພູມີສາດ
​ໃນ​ທາງ​ພູມີສາດ​ແບ່ງ​ປະ​ເພດ​ຂໍ້​ມູນ​​ເປັນ 2 ປະ​ເພດ​ຄື:
1.      ຂໍ້​ມູນ​ທາ​ງພື້ນ​ທີ່
2.     ຂໍ້​ມູນ​ຕາຕະລາງ​ອະທິບາຍ
v   ລັກສະນະ​ຂໍ້​ມູນ​ຊຶ່ງ​ພື້ນ​ທີ່
-       ຮູບ​ແບບ​ແຣັສ​ເຕີ  (Raster or grid representation ) ຄື: ຈຸດ​ຂອງ​ແຊ​ລ (​Cell) ທີ່ຢູ່​ໃນ​ຮູບ​ສີ່​ຫຼຽມ( Grid ) ​ໂຄງ​ສ້າງ​ຂອງRaster ປະກອບ​ດ້ວຍ​ຊຸດ​ຂອງ Grid cell ຫຼື pixel ຂໍ້​ມູນ Raster ​ເປັນ​ຂໍ້​ມູນ​ທີ່ຢູ່​ໃນ​ເທິ່ງພິກັດ​ຮູບ​ຕາຕະລາງ​ແຖວ​ນອນ ​ແລະ ​ແຖວ​ຕັ້ງ​ເຊັ່ນ: ຂໍ້​ມູນ​ໃນ​ຮູບ​ແບບ​ຂອງ​ພາບ(Image) ຈາກ​ດາວ​ທຽມ
-       ຮູບ​ແບບ​ຂອງ​ເວັກ​ເຕີ ( Vecter representation )
*     ລັກສະນະ​ຂໍ້​ມູນ​ຕາຕະລາງ​ອະທິບາຍ: ໝາຍ​ເຖີ່​ງລັກສະນະ​ປະຈຳ​ຕົວ​ທີ່​ບົ່ງ​ຊີ້​ທັງ​ຊື່ ​ແລະ ຂະໜາດ​ຂອງ​ວັດຖຸ​ປະກົດ​ການ ຫຼື ສະພາບ​ພື້ນ​ທີ່​ມັກ​ຈະ​ອະທິບາຍ​ເຖີ່​ງຄຸນ​ລັກສະນະ​ຂອງ​ຮູບ( Feature ) ທີ່​ບົ່ງ​ຊີ້​ໃນ​ຊ່ວງ​ເວລາ​ໃດ​ໜຶ່ງ​ທີ່​ບັນທຶກ​ໄວ້​ໃນ​ຕາຕະລາ​ງຊຶ່ງ​ຕ້ອງ​ນຳ​ມາ​ປະກອບ​ກັບ​ຂໍ້​ມູນຊຶ່ງ​ພື້ນ​ທີ່ ຂໍ້​ມູນ​ຕາຕະລາງ​ທີ່​ນຳ​ມາ​ປະກອບ​ກັບ​ຂໍ້​ມູນ​ຊຶ່ງ​ພື້ນ​ທີ່ນັ້ນອາດ​ມາ​ໄດ້​ຈາກ​ການ​ສຳ​ຫຼວດ ຫຼື ​ເກັບ​ກຳ​ຂໍ້​ມູນ​ພາກ​ສະໜາມ​ໂດຍ​ການ​ລົງ​ວັດ​ແທກ​ພື້ນ​ທີ່​ຕົວ​ຈິງ ຫຼື ​ໃຊ້​ແບບ​ສອບ​ຖາມ ດັ່ງນັ້ນ ລັກສະນະ​ຂໍ້​ມູນ​ຕາຕະລາງ​ອະທິບາຍອາດ​ມີ​ລັກສະນະ​ຕໍ່​ເນື່ອງ​ກັນ​ເຊັ່ນ: ​ເສັ້ນລະດັບ​ຄວາມ​ສູງ ຫຼື ​ເປັນ​ລັກສະນະ​ບໍ່​ຕໍ່​ເນື່ອງ ​ເຊັ່ນ: ຈຳນວນ​ພົນລະ​ເມືອງ ​ແລະ ຊະ​ນິດ​ທີ່​ປົກ​ຄຸມ​ດິນ ​ເປັນຕົ້ນ.
ບົດ​ທີ່ 4
​ໂຄງ​ສ້າງ ​ແລ​ະ ການ​ນຳ​ເຂົ້າຂໍ້​ມູນ​ໃນ GIS
v  ວິທີ​ນຳ​ເຂົ້າຂໍ້​ມູນ​ຂອງ​ລະບົບ GIS ​ໃນ​ລັກສະນະ​ໂຄງ​ສ້າງ​ຂອງ​ເວັກ​ຕີ.
ü  ການ​ປ້ອນ​ຂໍ້​ມູນ​ທີ່​ເປັນ​ຈຸດ
ü  ການ​ປ້ອນ​ຂໍ້​ມູນ​ແບບ​ເສັ້ນ.
ü  ການ​ປ້ອນ​ຂໍ້​ມູນ​ແບບ​ພື້ນ​ທີ່ສ
v  ກາ​ນນຳ​ເຂົ້າຂໍ້​ມູນ​ໃນ​ລະບົບ​ສາລະ​ສົນ​ເທດ​ພູມີສາດ​ອາດ​ຈະ​ນຳ​ເຂົ້າ​ໄດ້​ຕາມ​ຂະ​ບວນການ​ດັ່ງ​ຕໍ່​ໄປ​ນີ້:
1.      ການ​ນຳ​ເຂົ້າຂໍ້​ມູນ​ຊຶ່ງ​ພື້ນ​ທີ່
2.     ການ​ນຳ​ເຂົ້າຂໍ້​ມູນ​ຊຶ່ງ​ລັກສະນະ.
3.     ການ​ສ້າງ​ຄວາມ​ສຳພັນ​ຂໍ້​ມູນ​ຊຶ່ງ​ພື້ນ​ທີ່​ກັບ​ຂໍ້​ມູນ​ຊຶ່ງ​ຄຸນ​ລັກສະນະ.
v  ການ​ນຳ​ເຂົ້າຂໍ້​ມູນ​ເຊິ່ງພື້ນ​ທີ່ມີ:
1.      ການ​ນຳ​ເຂົ້າຂໍ້​ມູນ​ສູ່​ລະບົບ​ຄອມ​ພີ​ວ​ເຕີ​ດ້ວມື.
2.     ການ​ນຳ​ເຂົ້າຂໍ້​ມູນ​ດ້ວຍ​ການ​ດາວ​ໂຫຼ​ດຈາກ​ເຄື່ອງມື​ສຳ​ຫຼວດພາກ​ສະໜາມ.
3.     ການ​ນຳ​ເຂົ້າຂໍ້​ມູນ​ດ້ວຍ​ເຄື່ອງ ( Scanner or Digitizer )




ບົດ​ທີ່ 5
ການ​ຈັດການ​ຂໍ້​ມູນ ​ແລະ ການ​ສ້າງ​ຕາຕະລາງ
1.    ຫຼັກການ ​ແລະ ຄວາມ​ໝາຍ​ຖານ​ຂໍ້​ມູນ
v  ນິຍາມ​ຂໍ້​ມູນ: ຄຳ​ວ່າ​ຂໍ້​ມູນ, ຂ່າວສານ, ຂໍ້​ມູນ​ສາລະ​ສົນ​ເທ​ດ ໝາຍ​ເຖີ່​ງຂ່າວສານ​ຂໍ້​ເທດ​ຈິງ​ທີ່​ເກີດ​ຂື້ນ ຊຶ່ງ​ອາດ​ກ່ຽງ​ຂ້ອງ​ກັບ​ຄົນ ຫຼື ສິ່ງ​ຂອງ ຂໍ້​ມູນ​ອາດ​ຈະ​ຢູ່​ໃນ​ຮູບ​ຂອງ​ຕົວ​ເລກ ຫຼື ຂໍ້ຄວາມຊຶ່ງ​ໄດ້​ຈາກ​ການ​ນັບ, ການ​ວັດ​ແທກ, ການ​ສັງ​ເກດ ຫຼື ການ​ບັນທຶກ ​ແລະ ອື່ນໆ.
​    ແຫຼ່ງຂໍ້​ມູນ​ທີ່​ໄດ້​ມານັ້ນ,ສາມາດ​ແຍກ​ຕາມ​ແຫຼ່ງທີ່​ໄດ້​ມາ​ໄດ້ 2 ຊະນິດ​ຄື:
1.      ​ແຫຼ່ງປະຖົມ​ພູມີ ​ເປັນ​ແຫຼ່ງທີ່​ກຳ​ເນີ​ດຂໍ້​ມູນ ​ແລະ ປ້ອນ​ຂໍ້​ມູນ​ທີ່​ໜ້າ​ເຊື່ອ​ຖື​ຫຼາຍ​ທີ່​ສຸດ.
2.   ​ແຫຼ່ງທຸຕິຍະ​ພູມ ຊຶ່ງ​ຂໍ້​ມູນ​ທີ່​ໄດ້​ມາ​ຈາກ​ຫ​ແຫຼ່ງນີ້ ອາດ​ມີ​ການ​ປ່ຽນ​ຮູບປ່ຽນຄວາມ​ໝາຍ ຊຶ່ງ​ອາດຈະ​ມີ​ຄວາມ​ຄາດ​ເຄື່ອນ​ໄປ​ຈາກ​ຄວາມ​ເປັນ​ຈິ່ງ​ໄດ້.
v  ນິຍາມ​ຂໍ້​ມູນ​ສາລະ​ສົນ​ເທດ
       ໝາຍ​ເຖີ່​ງຂໍ້​ມູນ​ທີ່​ໄດ້​ຖືກ​ກະທຳ​ໃຫ້​ມີ​ຄວາມ​ສຳພັນ​ກັບ​ຕຳ​ແໜງ​ພູມີສາດ​ຂອງ​ໂລກ ​ແລ້ວ​ນຳ​ໄປ​ໃຊ້​ປະ​ໂຫຍ​ດ​ໄດ້​ຕາມ​ຈຸດປະສົງ​ທີ່​ຈຳ​ເປັນ​ຢ່າງ​ຍິ່ງ​ຕໍ່​ຂະ​ບວນການ​ຕັດສິນ​ໃຈ​ທີ່​ກ່ຽວຂ້ອງ​ກັບ​ການ​ຈັດການ​ເລື່ອງ​ຕ່າງໆ​ໃນ​ອົງ​ກອນ​ຂອງ​ຕົນ​ເອງ.
v   ນິຍາມ​ແຟ້ມຂໍ້​ມູນ
        ​ແຟ້ມຂໍ້​ມູນ (File) ​ເປັນ​ການ​ເກັບ ​ແລະ ລວບ​ລວມຂໍ້​ມູນ​ດຽວ​ກັນ​ໄວ້​ນຳ​ກັນ ​ເພື່ອ​ໃຫ້​ເກີດ​ຄວາມ​ສະດວກ​ໃນ​ການຈັດ​ເກັບ ​ແລະ ລຽງ​ກັນ​ຕາມ​ຈຸດປະສົງ​ການ​ໃຊ້​ວຽກ​ຂອງ​ໜ່ວຍ​ງານ.
v   ນິຍາມ​ຖານ​ຂໍ້​ມູນ
         ຖານ​ຂໍ້​ມູນ (Database) ​ແມ່ນ​ວິທີ​ການ​ທີ່​ຈະ​ເກັບ​ຂໍ້​ມູນ​ທີ່​ມີ​ຄວາມ​ສຳພັນ​ກັນ​ໄວ້​ໃນ​ບ່ອນ​ດຽວ​ກັນ ​ແລະ ລວບ​ລວມຂໍ້​ມູນ​ທີ່​ບໍ່​ຊັບຊ້ອນ ​ແລະ ສາມາດ​ໃຊ້​ຂໍ້​ມູນ​ຮ່ວມ​ກັນ​ຢ່າງ​ເປັນ​ລະບົບ​ໃຫ້ສະດວກ​ຕໍ່ການ​ເອີ້ນ​ໃຊ້ ສາມາດ​ແກ້​ໄດ້​ງ່າຍ ສຳລັບ​ຜູ້​ໃຊ້​ຈຳນວນ​ຫຼາຍ ​ແລະ ສາມາດ​ປ້ອງ​ກັນບໍ່​ໃຫ້ຜູ້​ບໍ່​ມີ​ສິດ​ໃຊ້ ​ເຂົ້າ​ເຖີ່​ງຂໍ້​ມູນ​ໄດ້.
v   ​ໂຄງ​ສ້າງ​ການ​ເຊື່ອມ​ຕໍ່​ຕາຕະລາງ​ໃນ​ແຟມຂໍ້​ມູນ
        ຄວາມ​ສຳພັນ​ລະຫວ່າງ​ຂໍ້​ມູນ​ປະຊາຊົນ​ໃນ​ລະດັບ​ຫມູ່​ບ້ານ ​ເປັນຄວາມ​ສຳພັນ​ທີ່​ວ່າ​ບຸກຄົນ​ນັ້ນ​ຢູ່​ໃນ​ເມືອງ​ໃດ? ​ແຂວ​ງ​ໃດ? ​ການ​ສ້າງ​ຄວາມສຳພັນ​ນີ້ ຈະ​ເຮັດ​​ໄດ້​ໂດຍ​ການ​ໃຊ້​ລະຫັດ​ຫມູ່​ບ້ານ​ ຊື່​ງຮ່ວມ​ກັນ​ເປັນ​ກຸນ​ແຈ​ຫລັກ ຄິຫຼັກ ​ເຮັດ​ໃຫ້​ສືບ​ຄົ້ນ​ຂໍ້​ມູນ​ໄດ້​ງ່າຍ​ ແລະ​ ທັນ​ເວລາ​​​.
v  ຄວາມ​ສຳພັນ​ໃນ​ຖານ​ຂໍ້​ມູນ
​       ໃນ​ການ​ຈັດ​ເກັບ​ຂໍ້​ມູນ​ໃນ​ຖານ​ຂໍ້​ມູນ ຈະ​ຈັດ​ເກັບ​ໃນ​ຮູບ​ແບບ​ຕາຕະລາງ ທີ​ມີ​ຄວາມ​ສຳພັນ​ກັນ ​ໃນ​ຖານ​ຂໍ້​ມູນ​ສາມາດ​ສ້າງ​ຄວາມ​ສຳພັນ​ຂອງ​ຕາຕະລາງ​ໄດ້ ​ໂດຍ​ກນຳ​ນົດ​ໃຫ້​ຕາຕະລາງ​ມີ​ຄຸນ​ລັກສະນະ​ເໝືອນ​ກັນ ມາ​ສ້າງ​ຄວາມ​ສຳພັນ​ກັນ ປົກກະຕິ​ໃນ​ແຟ້ມຂໍ້​ມູນ​ທີ່​ຈັດ​ເກັບ​ຂໍ້​ມູນ​ນັ້ນ ຈະ​ຕ້ອງ​ປະກອບ​ດ້ວຍ​ຊື່​ຕາຕະລາງ​ແຟ້ມຂໍ້​ມູນ ຫຼື ​ແອນ​ທີ​ຕິ ​ແລະ ຫົວຂໍ້ເລື່ອງ ຫຼື ລາະອຽດ.

ບົດທີ່ 1
ຄວາມ​ຮູ້​ເບື້ອງ​ຕົ້ນກ່ຽວ​ກັບ GIS
     ລະບົບ​ສາລະ​ສົນ​ເທດ​( Geo informatics )ເປັນ​ເຕັ​ເນ​ໂລ​ຊີ​ທີ່​ຮັບ​ຮູ້​ກັນ​ຫຼາຍ​ຂື້ນ​ສຳ​ລັບ​ໜ່ວຍ​ງານ ​ແລະ ອົງການ​ທີ່​ກ່ຽວຂ້ອງ​ການ​ບໍລິຫານ​ຈັດການ ​ແລະ ຕິດຕາມ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ເຊັ່ນ:
-       ການ​ຮັບ​ຮູ້​ໄລຍະ​ໄກ( Remote sensing )
-       ລະບົບ​ກຳນົດ​ຕຳ​ແໜງ​ເທິ່ງໜ້າ​ໂລກ ( ​GPS Global Positioning System)
-       ລະບົບ​ສາລະ​ສົນ​ເທດ​ພູມີສາດ( GIS) ທີ່​ມະນຸດ​ນຳ​ມາ​ໃຊ້​ບໍລິຫານ​ຈັດການ​ຖານ​ຂໍ້​ມູນທີ່​ໄດ້​ຈາກ RS ​ແລະ GPS
v  ນິຍາມ​ລະບົບ​ສາລະ​ສົນ​ເທດ​ພູມີສາດ
         (ສຸລະ​ໄຊ,ພ ສ 2546) GIS ​ເປັນ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ໃໝ່ ​ໃນ​ການ​ລວບ​ລວມຂໍ້​ມູນ, ກຳມະ​ວິທີ​ຂໍ້​ມູນ, ການ​ວິ​ເຄາະ, ການ​ແປ​ຕີ​ຄວາມ​ໝາຍ, ການ​ປະມວນ​, ການ​ເຜີຍ​ແຜ່ ​ແລະ ການ​ໃຊ້​ຂ່າວສາ​ນພູມີສາດ ​ເພື່ອ​ໃຫ້​ສາມາດ​ສ້າງ​ພາບ ​ແລະ ​ເຂົ້າ​ໃຈ​ເຊິ່ງພື້ນ​ທີ່​ຂອງ​ໂລກ.
GPS ປະກອບ​ມີ ​3 ພາກສ່ວນ​ຄື:
1.      ສ່ວນ​ອາ​ວະ​ກາດ ( space segment)
2.     ສ່ວນ​ສະຖານີ​ຄວບ​ຄຸມ ( Control segment )
3.     ສ່ວນ​ຜູ້​ໃຊ້( User segment )
GPS ​ແລະ GIS ມີ​ຄວາມ​ສຳພັນ​ກັນ​ຄື:
-       GIS ​ເພື່ອ​ຄວາມ​ສົມ​ດູ​ນຂອງ​ຂໍ້​ມູນ​ຈຳ​ເປັນ​ຕ້ອງ​ຮູ້​ຕຳ​ແໜງ​ທາງ​ພູມີສາດ
-       GIS ຕ້ອງການ​ຮູ້​ວ່າ ຕຳ​ແໜ່​ງນັ້ນໆ​ມີຫຍັງ​ຢູ່​ໃສ?
-       GIS ຖ້າ​ມີ GPS ຊ່ວຍ​ຈະ​ສາມາດ​ເຮັດ​ວຽກ​ໄວ ​ແລະ ຖືກຕ້ອງ ​ແມ້ນ​ຢຳ ແລະ ອື່ນໆ.

-       GPS ​ເປັນ​ອຸປະກອນ​ວັດ​ຕຳ​ແໜ່​ງພູມີສາດ​ຂອງ​ໂລກ ​ໂດຍ​ມີ​ດາວ​ທຽມ 24 ດວງ​ສົ່ງ​ສັນຍານ​ຕະຫຼອດ 24 ຊົ່ວ​ໂມງ.
-       GPS ນຳ​ໃຊ້​ເປັນ​ຂໍ້​ມູນ​ໃນ​ການ​ວັດ ມີ​ຄວາ​ມຜິດ​ພາດ​ລະດັບ ​cm
-       ສະ​ແດງ​ຂໍ້​ມູນ​ເປັນ (poit ), Track​ ແລະ route ຕ້ອງ​ໃຊ້ programe ດ້ານ Cad ຫຼື GIS ສ້າງ​ພາບ.



ປ່າ​ສະ​ຫງ່ວນ​ໃນ​ ສ ປ ປ ລາວ ​ໃນ​ປັດຈຸບັນ 2013

ປ່າ​ສະ​ຫງ່ວນ​ໃນ​ ສ ປ ປ ລາວ ​ໃນ​ປັດຈຸບັນ 2013
        ປະຈຸບັນ ສ.ປ.ປ ລາວ ມີປ່າສະຫງວນແຫ່ງຊາດເພີ່ມຂຶ້ນອີກ 2 ແຫ່ງ ເປັນ 24 ແຫ່ງ ກວມເນ້ືອທີ່ເກືອບ 4 ລ້ານເຮັກຕາ. ນອກຈາກນັ້ນ ຍັງມີປ່າສະຫງວນຂອງແຂວງ 66 ແຫ່ງ ແລະ ປ່າສະຫງວນຂອງເມືອງ 143 ແຫ່ງ. ຕາມຂໍ້ມູນໃນບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໄລຍະ 6 ເດືອນຕົ້ນສົກປີ 2012-2013 ໃຫ້ຮູ້ວ່າ: ລັດຖະບານໄດ້ຮັບຮອງເອົາປ່າສະຫງວນແຫ່ງຊາດຕື່ມອີກ 2 ແຫ່ງຄື: 
1.     ປ່າສະຫງວນ ພູຫີຜີ ແຂວງອຸດົມໄຊ, ເນື້ອທີ່ 87 ພັນກວ່າເຮັກຕາ
2.    ປ່າສະ ຫງວນລະວິງ-ລະເວີນ ແຂວງສະຫວັນນະເຂດ, ເນື້ອທີ່ 86 ພັນເຮັກຕາ.
        ມາຮອດປະຈຸບັນ ສ.ປ.ປ ລາວ ມີປ່າສະຫງວນແຫ່ງຊາດເພີ່ມຂຶ້ນເປັນ 24 ແຫ່ງ ເຮັດໃຫ້ເນື້ອທີ່ປ່າສະຫງວນແຫ່ງຊາດມີ ຫລາຍກວ່າ 3,8 ລ້ານເຮັກຕາ. ນອກນັ້ນຍັງມີປ່າສະຫງວນຂອງແຂວງຫລາຍກວ່າ 600.000 ເຮັກຕາ ແລະ ປ່າສະຫງວນຂອງເມືອງ 400.000 ກວ່າເຮັກຕາ, ລວມແລ້ວທົ່ວປະເທດ ມີເນື້ອທີ່ປ່າສະຫງວນຫລາຍກວ່າ 4,7 ລ້ານເຮັກຕາ. ພ້ອມນີ້ລັດຖະບານ ຍັງໄດ້ຮັບຮອງເອົາການສ້າງຕັ້ງປ່າປ້ອງກັນແຫ່ງຊາດ ຈຳນວນ 47 ແຫ່ງ ມີເນື້ອທີ່ປະມານ 7,2 ລ້ານເຮັກຕາ; ສຳເລັດການປັກຫລັກໝາຍເຂດແດນປ່າປ້ອງກັນ ແລະ ປ່າສະຫງວນ ໃນຈຸດລໍ້ແຫລມຂອບເຂດທົ່ວປະເທດ ໄດ້ ຈຳນວນ 679 ຫລັກ, ປັກຫລັກໝາຍ.
        ຂອບເຂດຟື້ນຟູປ່າໄດ້ 1.000 ກວ່າຫລັກ, ປັກປ້າຍບອກເຂດແດນປ່າປ້ອງກັນ ແລະ ປ່າສະຫງວນໄດ້ 492 ປ້າຍສຳເລັດການສ້າງແຜນຟື້ນຟູປ່າໄດ້ໃນເນື້ອທີ່ 300.000 ກວ່າເຮັກຕາ ເທົ່າກັບ 27% ຂອງແຜນການປີ.
ຂະນະທີ່ວຽກງານການແບ່ງຄວາມຮັບຜິດຊອບກ່ຽວກັບການຄຸ້ມຄອງຊັບພະຍາກອນປ່າໄມ້ລະຫວ່າງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກັບກະຊວງກະສິກຳ ແລະ ປ່າໄມ້ ແມ່ນສຳເລັດ ໂດຍພື້ນຖານ, ໃນນັ້ນ ວຽກງານການຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນ ແມ່ນຂຶ້ນກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສ່ວນວຽກງານປ່າປ້ອງກັນ ແມ່ນຍັງຂຶ້ນກັບ ກະຊວງກະສິກຳ ແລະ ປ່າໄມ້.
 
 


View Map in a larger map