Thor 2 : The Dark World เทพเจ้าสายฟ้า โลกาทมิฬ
khamphhui_GIS
Sunday, September 29, 2013
Thursday, August 8, 2013
ລະບົບສາລະສົນເທດພູູມີສາດ(ທິດສະດີ)
ບົດທີ່ 2
I. ອົງປະກອບສາລະສົນເທດພູມີສາດ
ການຈັດຕັ້ງໜ່ວຍງານ ຫຼື ຝ່າຍທີ່ຕ້ອງການພັດທະນາ GIS ສ້າງຖານຂໍ້ມູນສະໜັບສະໜູນການວິໃຈໃນດ້ານຕ່າງໆ
ຂອງໜ່ວຍງານຈະຕ້ອງຄຳນຶ່ງເຖີ່ງການຕຽມພື້ນຖານຂອງອົງກອນໃຫ້ຄວບຄຸມເຖີ່ງອົງປະກອບຂອງ
GIS ໂດຍຫຼັກການແລ້ວຈະປະກອບດ້ວຍ 5 ສ່ວນຄື: Hardware , software, ໜ່ວຍງານ
ຫຼື ບຸກຄົນ,ຂັ້ນຕອນການດຳເນີນງານ ແລະ ຂໍ້ມູນ.
1. ຮາດແວ ( Hardware )
ແມ່ນເຄືອງມື ຫຼື
ອຸປະກອນທີ່ເປັນອົງປະກອບທີ່ສະໜັບສະໜູນຂະບວນການຈັດການ GIS ຂອງໜ່ວຍງານໄດ້ແກ່:
ອຸປະກອນທີ່ກ່ຽວຂ້ອງຕ່າງໆ
ກັບການສ້າງຖານຂໍ້ມູນຈົນເຖີ່ງການຈັດເກັບຂໍ້ມູນເຊັ່ນ:
ຕົວເຄື່ອງຄອມພີວເຕີ, ຈໍພາບ, GPS, Digitizer, ເຄື່ອງວາດພາບ
ແລະ ເຄື່ຶອງພິມ.
2. ຊອບແວ( software )
ຄືໂປຣແກຣມ
ຫຼື
ຊຸດຄຳສັ່ງທີ່ສັ່ງໃຫ້ຄອມພິວເຕີເຮັດວຽກຕາມຮູບແບບສາລະສົນເທດພູມີສາດ
ເພື່ອຈັດການຂໍ້ມູນລະບົບ GIS ໃຫ້ໄດ້ຕາມຈຸດປະສົງທີ່ຕ້ອງການ
ເຊີ່ງອາດກ່ຽວຂ້ອງກັບໂປຣແກຣມລະບົບປະຕິບັດການ
ໂປຣແກຣມລະບົບສາລະສົນເທດພູມີສາດ ແລະ ໂປຣແກຣມສະໜັບສະໜູນດ້ານເອກະສານ ແລະ
ຈັດການຮູບພາບເຊັ່ນ: Windows xp , Windows vista, Microsoft word
,Exel, Power point, Adobe photoshop, Auto CAD ແລະ ໂປຣແກຣມສະເພາະດ້ານສາລະສົນເທດພູມີສາດ ເຊັ່ນ: Arc GIS, Are view , Map info,
QGIS, Map Windows GIS ເປັນຕົ້ນ.
3. ບຸກຄະລາກອນ (People)
ຜູ້ທີ່ມີໜ້າທີ່ຈັດການໃຫ້ອົງປະກອບທັງ 5 ສ່ວນສາມາດເຮັດວຽກປະສານກັນຈົນໄດ້ຜົນສຳເລັດ
ກ່ຽວກັບລະບົບສາລະສົນເທດພູມີສາດໃນຮູບແບບຂອງຂໍ້ມູນ ແລະ ຜົນຈາກການວິເຄາະຂໍ້ມູນ
ເພື່ອຕອບສະໜັບສະໜູນວຽກທີ່ຈຳເປັນໃນໜ່ວຍງານ.
4. ຂັ້ນຕອນການດຳເນີນການ
ຄືຂັ້ນຕອນການເຮັດວຽກໃນດ້ານລະບົບສາລະສົນເທດພູມີສາດກ່ຽວຂ້ອງກັບວິທີໃນການຈັດຕຽມຖານຂໍ້ມູນ
ການນຳເຂົ້າສູ່ລະບົບຈັດເກັບບັນທຶກຂໍ້ມູນ ການສະແດງຜົນແຜນທີ່ ແລະ
ການວິເຄາະຂໍ້ມູນຂອງແຕ່ລະໜ່ວຍງານໃນການປະຕິບັດການ
ສ່ວນລະບົບສາລະພູມີສາດ
ເຊີ່ງຜູ້ໃຊ້ຈະເປັນຜູ້ກຳນົດໃຫ້ເຄື່ອງຄອມພີວເຕີ
ຮ່ວມກັບໂປຣແກຣມລະບົບສາລະສົນເທດພູມີສາດໃນການຈັດການຂໍ້ມູນ
ເພື່ອຕອບສະໜອງຈຸດປະສົງຂອງການເຮັດວຽກໃນໜ່ວຍງານນັ້ນ.
5. ຂໍ້ມູນ (Data)
ຄືຂໍ້ເທດຈິງທີ່ເກີດຂື້ນທີ່ໄດ້ຈາກແຫຼ່ງຂໍ້ມູນພູມີສາດທີ່ກ່ຽວຂ້ອງ
ຫຼື ເຊື່ອມໂຍງກັບລະບົບສາລະສົນເທດພູມີສາດ ທັງໃນຮູບແບແຜນທີ່ ແລະ
ຂໍ້ມູນສະຖິຕິທີ່ກ່ຽວຂ້ອງແລ້ວນຳມາຈັດເປັນລະບົບ
ເພື່ອປ້ອນເຂົ້າສູ່ລະບົບຄອມພີວເຕີໃຫ້ທຳການປະມວນຜົນອອກມາເຊັ່ນ: ຊື່,
ນາມສະກຸນ, ຜູ້ອອກແບບສອບຖາມຂໍ້ມູນທາງເສດຖະກິດ-ສັງຄົມ,
ວິຖີຊີວິດຄວາມເປັນຢູ່ ຫຼື ເທັກໂນໂລຊີຊາວບ້ານ, ພູມປັນຍາຊາວບ້ານ ແລະ
ຕຳແໜງພິກັດພູມີສາດຂອງຂໍ້ມູນ ຫຼື ແຫຼ່ງສຳຫຼວດ ຫຼື ສຳພາດ.
II.
ໂປຣແກຣມທາງດ້ານລະບົບສາລະສົນເທດພູມີສາດ
ໂປຣແກຣມ ຫຼື
ຊອບແວໃນລະບົບສາລະສົນເທດພູມີສາດປະກອບດ້ວຍ 5 ປະການທີ່ສຳຄັນ ເພື່ອໃຊ້ວຽກງານໃນລະບົບຢ່າງສົມບູນຄື:
1) ການເຂົ້າຂໍ້ມູນ ແລະ ການກວດສອບຂໍ້ມູນ
2)
ການຈັດເກັບຂໍ້ມູນ
ແລະ ການຈັດເກັບຖານຂໍ້ມູນ
3)
ການຄຳນວນ
ແລະ ການວິເຄາະຂໍ້ມູນ
4)
ການລາຍງານຂໍ້ມູນ
5)
ການສຳພັນກັບຜູ້ໃຊ້
III.
ໂປຣແກຣມລະບົບສາລະສົນເທດພູມີສາດ
ປະກອບມີ 2 ປະເພດຄື:
a.
ໂປຣແກຣມລະບົບສາລະສົນເທດພູມີສາດ
ແບບລິຂະສິດຂອງລິຂະສິດຂອງບໍລິສັດມີ:ຊື່ຊອບແວ Arc GIS ໃນລະດັບ Arc view, Arc Editor, Arc info, ຊື່ຊອບແວ Map info Professional, Intergraph, IDRISI , Cadaorp SIS
7.0
b.
ໂປຣແກຣມສາລະສົນເທດພູມີສາດແບບລະຫັກເປີດມີ: GvGIS 1.9, GRASS
GIS, SAGA GIS – System for Automated Geoscientific Analyses, Quantum GIS, IL
WIS 3.6.01, uDig , JUMP GIS
v
ບຸກຄະລະກອນດ້ານພູມີສາດສາລະສົນເທດຄວນປະກອບດ້ວຍບຸກຄົນຕ່າງໆດັ່ງນີ້:
- ຜູ້ຈັດການ ຫຼື ຫົວໜ້າ ຫຼື ຜູ້ອຳນວນການ
- ນັກວິເຄາະລະບົບສາລະສົນເທດພູມີສາດ
- ຜູ້ຈັດການຖານຂໍ້ມູນ
- ຜູ້ສ້າງແຜນທີ່
- ຜູ້ປ້ອນຂໍ້ມູນ
- ຜູ້ບຳລູງຮັກສາ
- ໂປຣແກຣມເມີ
- ຜູ້ໃຊ້
v ຂໍ້ມູນ( Data )
- ຂໍ້ມູນດ້ານພື້ນທີ່ (spatial data) ປະກອບມີ: ຈຸດ (poit), ເສັ້ນ(Line) ແລະ ພື້ນທີ່(polygon)
-
ຂໍ້ມູນດ້ານຄຸນລັກສະນະ
( Attribute data) ມີ:
ü ຄຸນນະພາບ: ບອກຊື່...
ü ປະລິມານແມ່ນສິ່ງທີ່ເປັນຕົວເລກເຊັ່ນ: ສູງຈັກແມັດ,
ຍາວຈັກແມັດ...
v ຂັ້ນຕອນການດຳເນີນງານມີ 3 ຂັ້ນຕອນ:
ການນຳເຂົ້າ (Input)ມີຂໍ້ມູນຊຶ່ງພື້ນທີ່ ແລະ
ຂໍ້ມູນຊຶ່ງລັກສະນະ , ການປະມວນຜົນຂໍ້ມູນ
(process) ແລະ ການສະແດງຜົນ (output)
ບົດທີ່ 3
ລັກສະນະຂໍ້ມູນໃນລະບົບສາລະສົນເທດພູມີສາດ
I.
ປະເພດຂໍ້ມູນໃນລະບົບສາລະສົນເທດພູມີສາດ
ໃນທາງພູມີສາດແບ່ງປະເພດຂໍ້ມູນເປັນ 2 ປະເພດຄື:
1. ຂໍ້ມູນທາງພື້ນທີ່
2. ຂໍ້ມູນຕາຕະລາງອະທິບາຍ
v
ລັກສະນະຂໍ້ມູນຊຶ່ງພື້ນທີ່
-
ຮູບແບບແຣັສເຕີ
(Raster or grid representation ) ຄື:
ຈຸດຂອງແຊລ (Cell) ທີ່ຢູ່ໃນຮູບສີ່ຫຼຽມ(
Grid ) ໂຄງສ້າງຂອງRaster ປະກອບດ້ວຍຊຸດຂອງ
Grid cell ຫຼື pixel ຂໍ້ມູນ Raster ເປັນຂໍ້ມູນທີ່ຢູ່ໃນເທິ່ງພິກັດຮູບຕາຕະລາງແຖວນອນ
ແລະ ແຖວຕັ້ງເຊັ່ນ: ຂໍ້ມູນໃນຮູບແບບຂອງພາບ(Image) ຈາກດາວທຽມ
-
ຮູບແບບຂອງເວັກເຕີ ( Vecter representation )
ລັກສະນະຂໍ້ມູນຕາຕະລາງອະທິບາຍ:
ໝາຍເຖີ່ງລັກສະນະປະຈຳຕົວທີ່ບົ່ງຊີ້ທັງຊື່ ແລະ ຂະໜາດຂອງວັດຖຸປະກົດການ
ຫຼື ສະພາບພື້ນທີ່ມັກຈະອະທິບາຍເຖີ່ງຄຸນລັກສະນະຂອງຮູບ( Feature )
ທີ່ບົ່ງຊີ້ໃນຊ່ວງເວລາໃດໜຶ່ງທີ່ບັນທຶກໄວ້ໃນຕາຕະລາງຊຶ່ງຕ້ອງນຳມາປະກອບກັບຂໍ້ມູນຊຶ່ງພື້ນທີ່
ຂໍ້ມູນຕາຕະລາງທີ່ນຳມາປະກອບກັບຂໍ້ມູນຊຶ່ງພື້ນທີ່ນັ້ນອາດມາໄດ້ຈາກການສຳຫຼວດ
ຫຼື ເກັບກຳຂໍ້ມູນພາກສະໜາມໂດຍການລົງວັດແທກພື້ນທີ່ຕົວຈິງ ຫຼື
ໃຊ້ແບບສອບຖາມ ດັ່ງນັ້ນ ລັກສະນະຂໍ້ມູນຕາຕະລາງອະທິບາຍອາດມີລັກສະນະຕໍ່ເນື່ອງກັນເຊັ່ນ:
ເສັ້ນລະດັບຄວາມສູງ ຫຼື ເປັນລັກສະນະບໍ່ຕໍ່ເນື່ອງ ເຊັ່ນ: ຈຳນວນພົນລະເມືອງ
ແລະ ຊະນິດທີ່ປົກຄຸມດິນ ເປັນຕົ້ນ.
ບົດທີ່ 4
ໂຄງສ້າງ ແລະ ການນຳເຂົ້າຂໍ້ມູນໃນ GIS
v
ວິທີນຳເຂົ້າຂໍ້ມູນຂອງລະບົບ
GIS ໃນລັກສະນະໂຄງສ້າງຂອງເວັກຕີ.
ü ການປ້ອນຂໍ້ມູນທີ່ເປັນຈຸດ
ü ການປ້ອນຂໍ້ມູນແບບເສັ້ນ.
ü ການປ້ອນຂໍ້ມູນແບບພື້ນທີ່ສ
v ການນຳເຂົ້າຂໍ້ມູນໃນລະບົບສາລະສົນເທດພູມີສາດອາດຈະນຳເຂົ້າໄດ້ຕາມຂະບວນການດັ່ງຕໍ່ໄປນີ້:
1.
ການນຳເຂົ້າຂໍ້ມູນຊຶ່ງພື້ນທີ່
2.
ການນຳເຂົ້າຂໍ້ມູນຊຶ່ງລັກສະນະ.
3.
ການສ້າງຄວາມສຳພັນຂໍ້ມູນຊຶ່ງພື້ນທີ່ກັບຂໍ້ມູນຊຶ່ງຄຸນລັກສະນະ.
v ການນຳເຂົ້າຂໍ້ມູນເຊິ່ງພື້ນທີ່ມີ:
1.
ການນຳເຂົ້າຂໍ້ມູນສູ່ລະບົບຄອມພີວເຕີດ້ວມື.
2.
ການນຳເຂົ້າຂໍ້ມູນດ້ວຍການດາວໂຫຼດຈາກເຄື່ອງມືສຳຫຼວດພາກສະໜາມ.
3. ການນຳເຂົ້າຂໍ້ມູນດ້ວຍເຄື່ອງ ( Scanner or Digitizer )
ບົດທີ່ 5
ການຈັດການຂໍ້ມູນ ແລະ ການສ້າງຕາຕະລາງ
1. ຫຼັກການ ແລະ ຄວາມໝາຍຖານຂໍ້ມູນ
v ນິຍາມຂໍ້ມູນ:
ຄຳວ່າຂໍ້ມູນ, ຂ່າວສານ, ຂໍ້ມູນສາລະສົນເທດ
ໝາຍເຖີ່ງຂ່າວສານຂໍ້ເທດຈິງທີ່ເກີດຂື້ນ ຊຶ່ງອາດກ່ຽງຂ້ອງກັບຄົນ ຫຼື ສິ່ງຂອງ
ຂໍ້ມູນອາດຈະຢູ່ໃນຮູບຂອງຕົວເລກ ຫຼື ຂໍ້ຄວາມຊຶ່ງໄດ້ຈາກການນັບ,
ການວັດແທກ, ການສັງເກດ ຫຼື ການບັນທຶກ ແລະ ອື່ນໆ.
ແຫຼ່ງຂໍ້ມູນທີ່ໄດ້ມານັ້ນ,ສາມາດແຍກຕາມແຫຼ່ງທີ່ໄດ້ມາໄດ້
2 ຊະນິດຄື:
1. ແຫຼ່ງປະຖົມພູມີ ເປັນແຫຼ່ງທີ່ກຳເນີດຂໍ້ມູນ ແລະ
ປ້ອນຂໍ້ມູນທີ່ໜ້າເຊື່ອຖືຫຼາຍທີ່ສຸດ.
2. ແຫຼ່ງທຸຕິຍະພູມ ຊຶ່ງຂໍ້ມູນທີ່ໄດ້ມາຈາກຫແຫຼ່ງນີ້
ອາດມີການປ່ຽນຮູບປ່ຽນຄວາມໝາຍ ຊຶ່ງອາດຈະມີຄວາມຄາດເຄື່ອນໄປຈາກຄວາມເປັນຈິ່ງໄດ້.
v
ນິຍາມຂໍ້ມູນສາລະສົນເທດ
ໝາຍເຖີ່ງຂໍ້ມູນທີ່ໄດ້ຖືກກະທຳໃຫ້ມີຄວາມສຳພັນກັບຕຳແໜງພູມີສາດຂອງໂລກ
ແລ້ວນຳໄປໃຊ້ປະໂຫຍດໄດ້ຕາມຈຸດປະສົງທີ່ຈຳເປັນຢ່າງຍິ່ງຕໍ່ຂະບວນການຕັດສິນໃຈທີ່ກ່ຽວຂ້ອງກັບການຈັດການເລື່ອງຕ່າງໆໃນອົງກອນຂອງຕົນເອງ.
v
ນິຍາມແຟ້ມຂໍ້ມູນ
ແຟ້ມຂໍ້ມູນ (File) ເປັນການເກັບ ແລະ ລວບລວມຂໍ້ມູນດຽວກັນໄວ້ນຳກັນ
ເພື່ອໃຫ້ເກີດຄວາມສະດວກໃນການຈັດເກັບ ແລະ
ລຽງກັນຕາມຈຸດປະສົງການໃຊ້ວຽກຂອງໜ່ວຍງານ.
v
ນິຍາມຖານຂໍ້ມູນ
ຖານຂໍ້ມູນ
(Database) ແມ່ນວິທີການທີ່ຈະເກັບຂໍ້ມູນທີ່ມີຄວາມສຳພັນກັນໄວ້ໃນບ່ອນດຽວກັນ
ແລະ ລວບລວມຂໍ້ມູນທີ່ບໍ່ຊັບຊ້ອນ ແລະ
ສາມາດໃຊ້ຂໍ້ມູນຮ່ວມກັນຢ່າງເປັນລະບົບໃຫ້ສະດວກຕໍ່ການເອີ້ນໃຊ້
ສາມາດແກ້ໄດ້ງ່າຍ ສຳລັບຜູ້ໃຊ້ຈຳນວນຫຼາຍ ແລະ ສາມາດປ້ອງກັນບໍ່ໃຫ້ຜູ້ບໍ່ມີສິດໃຊ້
ເຂົ້າເຖີ່ງຂໍ້ມູນໄດ້.
v
ໂຄງສ້າງການເຊື່ອມຕໍ່ຕາຕະລາງໃນແຟມຂໍ້ມູນ
ຄວາມສຳພັນລະຫວ່າງຂໍ້ມູນປະຊາຊົນໃນລະດັບຫມູ່ບ້ານ
ເປັນຄວາມສຳພັນທີ່ວ່າບຸກຄົນນັ້ນຢູ່ໃນເມືອງໃດ?
ແຂວງໃດ? ການສ້າງຄວາມສຳພັນນີ້ ຈະເຮັດໄດ້ໂດຍການໃຊ້ລະຫັດຫມູ່ບ້ານ
ຊື່ງຮ່ວມກັນເປັນກຸນແຈຫລັກ ຄິຫຼັກ ເຮັດໃຫ້ສືບຄົ້ນຂໍ້ມູນໄດ້ງ່າຍ ແລະ
ທັນເວລາ.
v
ຄວາມສຳພັນໃນຖານຂໍ້ມູນ
ໃນການຈັດເກັບຂໍ້ມູນໃນຖານຂໍ້ມູນ
ຈະຈັດເກັບໃນຮູບແບບຕາຕະລາງ ທີມີຄວາມສຳພັນກັນ ໃນຖານຂໍ້ມູນສາມາດສ້າງຄວາມສຳພັນຂອງຕາຕະລາງໄດ້
ໂດຍກນຳນົດໃຫ້ຕາຕະລາງມີຄຸນລັກສະນະເໝືອນກັນ ມາສ້າງຄວາມສຳພັນກັນ
ປົກກະຕິໃນແຟ້ມຂໍ້ມູນທີ່ຈັດເກັບຂໍ້ມູນນັ້ນ
ຈະຕ້ອງປະກອບດ້ວຍຊື່ຕາຕະລາງແຟ້ມຂໍ້ມູນ ຫຼື ແອນທີຕິ ແລະ ຫົວຂໍ້ເລື່ອງ ຫຼື
ລາະອຽດ.
ບົດທີ່ 1
ຄວາມຮູ້ເບື້ອງຕົ້ນກ່ຽວກັບ GIS
ລະບົບສາລະສົນເທດ( Geo informatics )ເປັນເຕັເນໂລຊີທີ່ຮັບຮູ້ກັນຫຼາຍຂື້ນສຳລັບໜ່ວຍງານ
ແລະ ອົງການທີ່ກ່ຽວຂ້ອງການບໍລິຫານຈັດການ ແລະ ຕິດຕາມຊັບພະຍາກອນ ແລະ
ສິ່ງແວດລ້ອມເຊັ່ນ:
- ການຮັບຮູ້ໄລຍະໄກ( Remote
sensing )
- ລະບົບກຳນົດຕຳແໜງເທິ່ງໜ້າໂລກ ( GPS Global Positioning System)
- ລະບົບສາລະສົນເທດພູມີສາດ( GIS) ທີ່ມະນຸດນຳມາໃຊ້ບໍລິຫານຈັດການຖານຂໍ້ມູນທີ່ໄດ້ຈາກ
RS ແລະ GPS
v
ນິຍາມລະບົບສາລະສົນເທດພູມີສາດ
(ສຸລະໄຊ,ພ
ສ 2546) GIS ເປັນວິທະຍາສາດ
ແລະ ເຕັກໂນໂລຊີໃໝ່ ໃນການລວບລວມຂໍ້ມູນ, ກຳມະວິທີຂໍ້ມູນ, ການວິເຄາະ,
ການແປຕີຄວາມໝາຍ, ການປະມວນ, ການເຜີຍແຜ່ ແລະ ການໃຊ້ຂ່າວສານພູມີສາດ
ເພື່ອໃຫ້ສາມາດສ້າງພາບ ແລະ ເຂົ້າໃຈເຊິ່ງພື້ນທີ່ຂອງໂລກ.
GPS ປະກອບມີ 3 ພາກສ່ວນຄື:
1. ສ່ວນອາວະກາດ ( space
segment)
2. ສ່ວນສະຖານີຄວບຄຸມ ( Control
segment )
3. ສ່ວນຜູ້ໃຊ້( User
segment )
GPS ແລະ GIS ມີຄວາມສຳພັນກັນຄື:
- GIS ເພື່ອຄວາມສົມດູນຂອງຂໍ້ມູນຈຳເປັນຕ້ອງຮູ້ຕຳແໜງທາງພູມີສາດ
-
GIS ຕ້ອງການຮູ້ວ່າ
ຕຳແໜ່ງນັ້ນໆມີຫຍັງຢູ່ໃສ?
- GIS ຖ້າມີ GPS
ຊ່ວຍຈະສາມາດເຮັດວຽກໄວ ແລະ ຖືກຕ້ອງ ແມ້ນຢຳ ແລະ ອື່ນໆ.
- GPS ເປັນອຸປະກອນວັດຕຳແໜ່ງພູມີສາດຂອງໂລກ
ໂດຍມີດາວທຽມ 24 ດວງສົ່ງສັນຍານຕະຫຼອດ 24 ຊົ່ວໂມງ.
-
GPS ນຳໃຊ້ເປັນຂໍ້ມູນໃນການວັດ
ມີຄວາມຜິດພາດລະດັບ cm
- ສະແດງຂໍ້ມູນເປັນ (poit ), Track ແລະ route ຕ້ອງໃຊ້
programe ດ້ານ Cad ຫຼື GIS ສ້າງພາບ.
ປ່າສະຫງ່ວນໃນ ສ ປ ປ ລາວ ໃນປັດຈຸບັນ 2013
ປ່າສະຫງ່ວນໃນ ສ ປ ປ
ລາວ ໃນປັດຈຸບັນ 2013
ປະຈຸບັນ ສ.ປ.ປ ລາວ
ມີປ່າສະຫງວນແຫ່ງຊາດເພີ່ມຂຶ້ນອີກ 2 ແຫ່ງ ເປັນ 24 ແຫ່ງ ກວມເນ້ືອທີ່ເກືອບ 4 ລ້ານເຮັກຕາ. ນອກຈາກນັ້ນ
ຍັງມີປ່າສະຫງວນຂອງແຂວງ 66 ແຫ່ງ ແລະ ປ່າສະຫງວນຂອງເມືອງ 143 ແຫ່ງ.
ຕາມຂໍ້ມູນໃນບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໄລຍະ
6 ເດືອນຕົ້ນສົກປີ 2012-2013 ໃຫ້ຮູ້ວ່າ:
ລັດຖະບານໄດ້ຮັບຮອງເອົາປ່າສະຫງວນແຫ່ງຊາດຕື່ມອີກ 2 ແຫ່ງຄື:
1. ປ່າສະຫງວນ ພູຫີຜີ
ແຂວງອຸດົມໄຊ, ເນື້ອທີ່ 87 ພັນກວ່າເຮັກຕາ
2. ປ່າສະ ຫງວນລະວິງ-ລະເວີນ
ແຂວງສະຫວັນນະເຂດ, ເນື້ອທີ່ 86 ພັນເຮັກຕາ.
ມາຮອດປະຈຸບັນ ສ.ປ.ປ ລາວ
ມີປ່າສະຫງວນແຫ່ງຊາດເພີ່ມຂຶ້ນເປັນ 24 ແຫ່ງ
ເຮັດໃຫ້ເນື້ອທີ່ປ່າສະຫງວນແຫ່ງຊາດມີ ຫລາຍກວ່າ 3,8 ລ້ານເຮັກຕາ. ນອກນັ້ນຍັງມີປ່າສະຫງວນຂອງແຂວງຫລາຍກວ່າ 600.000 ເຮັກຕາ ແລະ
ປ່າສະຫງວນຂອງເມືອງ 400.000 ກວ່າເຮັກຕາ, ລວມແລ້ວທົ່ວປະເທດ
ມີເນື້ອທີ່ປ່າສະຫງວນຫລາຍກວ່າ 4,7
ລ້ານເຮັກຕາ.
ພ້ອມນີ້ລັດຖະບານ ຍັງໄດ້ຮັບຮອງເອົາການສ້າງຕັ້ງປ່າປ້ອງກັນແຫ່ງຊາດ ຈຳນວນ
47 ແຫ່ງ ມີເນື້ອທີ່ປະມານ 7,2 ລ້ານເຮັກຕາ; ສຳເລັດການປັກຫລັກໝາຍເຂດແດນປ່າປ້ອງກັນ ແລະ ປ່າສະຫງວນ
ໃນຈຸດລໍ້ແຫລມຂອບເຂດທົ່ວປະເທດ ໄດ້ ຈຳນວນ 679 ຫລັກ, ປັກຫລັກໝາຍ.
ຂອບເຂດຟື້ນຟູປ່າໄດ້ 1.000 ກວ່າຫລັກ, ປັກປ້າຍບອກເຂດແດນປ່າປ້ອງກັນ ແລະ ປ່າສະຫງວນໄດ້ 492 ປ້າຍ, ສຳເລັດການສ້າງແຜນຟື້ນຟູປ່າໄດ້ໃນເນື້ອທີ່
300.000 ກວ່າເຮັກຕາ ເທົ່າກັບ 27% ຂອງແຜນການປີ.
ຂະນະທີ່ວຽກງານການແບ່ງຄວາມຮັບຜິດຊອບກ່ຽວກັບການຄຸ້ມຄອງຊັບພະຍາກອນປ່າໄມ້ລະຫວ່າງ
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກັບກະຊວງກະສິກຳ ແລະ ປ່າໄມ້ ແມ່ນສຳເລັດ
ໂດຍພື້ນຖານ, ໃນນັ້ນ
ວຽກງານການຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນ ແມ່ນຂຶ້ນກັບ ກະຊວງຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ, ສ່ວນວຽກງານປ່າປ້ອງກັນ
ແມ່ນຍັງຂຶ້ນກັບ ກະຊວງກະສິກຳ ແລະ ປ່າໄມ້.
Subscribe to:
Posts (Atom)